About

ກ່ຽວກັບບໍລິສັດ

ກ່ຽວກັບໂຊກໄຊ

ກຸ່ມ ບໍລິສັດ ໂຊກໄຊ ເປັນກຸ່ມບໍລິສັດຊັ້ນນໍາ ໃນລາວທີ່​ດໍາ​ເນີນ​ການ ທາງດ້ານທຸລະກິດ ​ໃນ​ອຸດ​ສາ​ຫະ​ກໍາ​ທີ່​ຫຼາກ​ຫຼາຍ​ເຊັ່ນ : ​ການ​ຄ້າ ນຳເຂົ້າ ແລະ ຈັດຈໍາໜ່າຍ​, ຫວຍທັນສະໄໝ, ການ​ກໍ່​ສ້າງ​, ປະ​ກັນ​ໄພ​, ​ຂົນ​ສົ່ງ – ໂລຈິສຕິກ​, ສະຖາບັນການເງິນ, ອາ​ຫານ ​ແລະ ​ເຄື່ອງ​ດື່ມ​. ນັບ​ຕັ້ງ​ແຕ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2005​ ກຸ່ມ ບໍລິສັດ ໂຊກໄຊ ໄດ້ກາຍມາເປັນຜູ້ນໍາທີ່ ໄດ້ຮັບການຍອມຮັບໃນລາວ. ແລະ ເປັນຄູ່ຮ່ວມງານ ທີ່ໜ້າເຊື່ອຖື ສໍາລັບທຸລະກິດທັງພາຍໃນ ແລະ ຕ່າງປະເທດ. ພວກເຮົາໄດ້ສ້າງຄວາມສໍາພັນການເປັນຄູ່ຄ້າ ທາງດ້ານຈັດຈຳໜ່າຍ ທີ່ເຂັ້ມແຂງໃນຫຼາຍໆແບຣນລະດັບສາກົນ ແລະ ຍັງຄົງເຕີບໂຕດ້ວຍການຂະຫຍາຍທຸລະກິດໄປສູ່ ຄວາມຍືນຍົງ ເຊັ່ນ: ທຸລະກິດທາງດ້ານ ກະສິກໍາສີຂຽວ, ການປູກກາເຟ ແລະ ໂຮງສີເຂົ້າທັນສະໄໝ.

ການລົງທຶນຂອງ ກຸ່ມ ບໍລິສັດ ໂຊກໄຊ ຍັງຄວບຄຸມໄປຍັງ ທຸລະກິດລົດຍົນ ແລະ ປະກັນໄພ. ການສ້າງຕັ້ງບໍລິສັດ Toyota Lao ແລະ MSIG Sokxay Insurance ເປັນບາດກ້າວທີ່ສຳຄັນ ໃນການຂະຫຍາຍທຸລະກິດ. ດ້ວຍ​ມຸ່ງໝັ້ນ​ໃນການ​ນຳເອົາ ​ນະ​ວັດ​ຕະ​ກຳ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ກຸ່ມ ບໍລິສັດໂຊກໄຊ ກຳລັງມຸ່ງໝັ້ນ ທີ່ຈະເປັນຜູ້ນໍາໃນການພັດທະນາ ເສດຖະກິດຂອງລາວ ແລະ ເປັນຄູ່ຮ່ວມງານທີ່ດີທີ່ສຸດສໍາລັບແບຣນລະດັບໂລກ ລວມໄປເຖິງ ນັກທຸລະກິດ – ນັກລົງທຶນລະດັບສາກົນ.

ທຸລະກິດຫຼັກ​
0
ກຸ່ມທຸລະກິດ​
0
ເຂດເສດຖະກິດ​
0
ຈຳນວນພະນັກງານທັງໝົດ​
0

ວິໄສທັດ

ວິໄສທັດຂອງພວກເຮົາ ຄືການເປັນ ກຸ່ມບໍລິສັດເປັນຜູ້ນຳ ຫຼາກຫຼາຍທາງດ້ານທຸລະກິດ ໃນປະເທດລາວ ແລະ ເປັນພັນທະມິດ ທີ່ເຊື່ອຖືໄດ້ໃນຕະຫຼາດສາກົນ ໂດຍການສົ່ງເສີມການພັດທະນາທີ່ຍືນຍົງ ຂັບເຄື່ອນນະວັດຕະກໍາ ແລະ ສ້າງຄວາມສໍາພັນ ໄລຍະຍາວກັບພັນທະມິດ ທາງດ້ານການຄ້າ, ການລົງທຶນ ດ້ວຍຄວາມມຸ່ງໝັ້ນ ໃນການໃຫ້ບໍລິການທີ່ເປັນເລີດທາງດ້ານການຄ້າ ການດໍາເນີນທຸລະກິດ ທີ່ເປັນມິດກັບສິ່ງແວດລ້ອມ ແລະ ການລົງທຶນ ໃນພາກທຸລະກິດທີ່ສໍາຄັນ ກຸ່ມບໍລິສັດ ໂຊກໄຊ ມຸ່ງຫວັງທີ່ມີສ່ວນຮ່ວມໃນການເຕີບໂຕຂອງ ສປປ ລາວ ໃນຂະນະດຽວກັນ ກໍ່ຮັກສາຜົນກະທົບເຊິງບວກຕໍ່ສິ່ງແວດລ້ອມ ແລະ ສັງຄົມ ພວກເຮົາມີຄວາມຕັ້ງໃຈທີ່ຈະສ້າງຄຸນຄ່າ ແລະ ໂອກາດທີ່ຈະຊ່ວຍໃຫ້ບໍລິການທີ່ດີທີ່ສຸດ ສໍາລັບຄູ່ຄ້າ ແລະ ລູກຄ້າຂອງພວກເຮົາ.